Select your language

ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງຄູອາຈານ ແລະ ນັກສຶກສາ ພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອເຂົ້າຮ່ວມເປັນສ່ວນໜຶ່ງໃນແຜນງານ A joint statement on deeping Exchages and Mutual Learning among civilizations within the LMC Framework ໂດຍການນໍາສົ່ງຜົນງານການອອກແບບໂປດສ໌ເຕີ (Poster) ເຂົ້າຮ່ວມແຂ່ງຂັນໃນງານປະກວດພາບສິລະປະ-ວັນນະຄະດີ (The 2023 Lancang-Mekong Cooperation Design Award) ຊຶ່ງງານດັ່ງກ່າວນີ້ກໍຖືເປັນໜຶ່ງວຽກງານໃນແຜນງານທີ່ໄດ້ກ່າວມານັ້ນ ແລະ ຫົວຂໍ້ຂອງງານປີນີ້ແມ່ນ “ເຊື່ອມໂຍງ, ສື່ສານ, ປ່ຽນແປງ”. ຈັດໂດຍ The Lancang-Mekong Cooperation (LMC) ແລະ ຈະຈັດງານພາຍໃນປີ 2023 ນີ້ ທີ່ ສປ.ຈີນ. ລາງວັນການແຂ່ງຂັນແມ່ນມີມູນຄ່າສູງເຖິງ 20,000 ຢວນ, ແລະ ທາງ LMC ຈະເຊື້ອເຊີນເອົາເຈົ້າຂອງຜົນງານສິລະປະຮູບແຕ້ມທີ່ໄດ້ນໍາສົ່ງ ແລະ ຜ່ານການຄັດເລືອກ ໄປເຂົ້າຮ່ວມບັນຍາຍກ່ຽວກັບຜົນງານຂອງຕົນພາຍໃນງານ.

ວິທີການສະໝັກ: ນໍາສົ່ງແບບຟອມສະໝັກ (Info. Sheet) ແລະ ຜົນງານຂອງຕົນໂດຍກົງ ຜ່ານອິເມວ: This email address is being protected from spambots. You need JavaScript enabled to view it. ກ່ອນວັນທີ 31 ຕຸລາ 2023.

ລາຍລະອຽດການນໍາສົ່ງຜົນງານ: ສາມາດສົ່ງຜົນງານໄດ້ທັງໃນແບບ ພາບນິ້ງ (Static Poster) ຫຼື ພາບເຄື່ອນໄຫວ (Dynamic); ພາບນິ້ງ ຕ້ອງເປັນຟາຍໃນຮູບແບບ JPG, JPEG ຫຼື PNG, ໂໝດສີ RGB, ຄວາມຄົມຊັດຢູ່ທີ່ 300 dpi ແລະ ຕ້ອງມີຂະໜາດ 297mm x 420mm (ຕາມຂະໜາດເຈ້ຍ A3). ສໍາລັບ ພາບເຄື່ອນໄຫວ ແມ່ນຕ້ອງມີຄວາມຄົມຊັດຢ່າງໜ້ອຍ 1080 pixels ແລະ ຕ້ອງເປັນຟາຍໃນຮູບແບບ GIF ຫຼື MP4.

ຂໍ້ມູນເພີ່ມເຕີມ: Info. Package